ພະແນກກິດຈະການນັກສຶກສາ LRC

ແຈ້ງການຮຽນການທະຫານ ປະຈຳສົກປີ 2025-2026

 


ແຈ້ງການຮຽນການທະຫານ ປະຈຳສົກປີ 2025-2026

ສະພາບ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຄຸນນະພາບການສຶກສາ ກົມພາລະ ແລະ ສິນລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ສົມທົບກັບກົມທີ່ກ່ຽວຂ້ອງໂດຍສະເພາະ ແມ່ນກົມກອງຫຼອນ - ກອງປ້ອງກັນຕົວ ກະຊວງປ້ອງກັນປະເທດ. ກົມສ້າງຕັ້ງກຳລັງ ກະຊວງປ້ອງກັນຄວາມສະຫງົບ, ໄດ້ພ້ອມກັນຄົ້ນຄົ້ວ ສ້າງ ແລະ ປັບປຸງຫຼັກສູດ ວິຊາສຶກສາປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສໍາລັບການຮຽນການສອນ ວິທະຍາໄລມະຫາໄລ, ເພື່ອພັດທະນາຄຸນນະພາບສຶກສາ, ພັດທະນາຊັບພະຍາກອນມະນຸດໃຫ້ມີການສຶກສາ ຮອບດ້ານ, ເປັນກຳລັງແຮງທີ່ເຂັ້ມແຂງຂອງຊາດ ໃນການປ້ອງກັນຮັກສາ ແລະ ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ.


Post a Comment

Previous Post Next Post